ຫວຽດນາມ-ມາເລເຊຍ ຈະນຳຜົນປະໂຫຍດມາໃຫ້ ປະຊາຊົນສອງປະເທດ ແລະ ພາກພື້ນ ອາຊຽນ
ສຳນັກຂ່າວສານ ຫວຽດນາມ ລາຍງານໃນວັນທີ 20 ກໍລະກົດ 2023 ນີ້ວ່າ: ທີ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາ ຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ ແຊມບຣີ ອັບດຸນ ການເດຍ (Zambry Abdul Kadir) ສະມາຊິກສະພາສູງ, ລັດຖະມົນຕີການຕ່າງປະເທດ ມາເລເຊຍ ເນື່ອງໃນໂອກາດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາ ສາດ ແລະ ເຕັກນິກ ໃນລະຫວ່າງວັນທີ 19-20 ກໍລະກົດນີ້. ທ່ານນາ ຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບ ຕໍ່ຜັນຂະ ຫຍາຍປະສິດທິຜົນ ບັນດາຂົງເຂດຮ່ວມມືໃນໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021-2025 ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນ ຂັ້ນສູງ, ສົມທົບກັນຈັດບັນດາການເຄື່ອນໄຫວສະ ເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023) ໃຫ້ເປັນຢ່າງດີ, ນຳວົງເງິນ ການຄ້າສອງຝ່າຍບັນລຸ 18 ຕື້ໂດລາສະຫະລັດ ຕາມທິດສົມດຸນກວ່າໂດຍໄວ, ພ້ອມທັງຢັ້ງຢືນ ຫວຽດນາມ ຈະສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ບັນ ດາວິສາຫະກິດ ມາເລເຊຍ ສືບຕໍ່ເປີດກວ້າງການລົງທຶນ, ການຄ້າກັບ ຫວຽດ ນາມ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າສອງຝ່າຍຄວນເອົາ ໃຈໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນ ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ, ການສຶກສາບຳລຸງສ້າງ, ວິທະຍາສາດ ເຕັກໂນໂລຊີ ແລະ ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ຄື: ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພະລັງງານສີຂຽວ. ທ່ານລັດຖະມົນຕີການ ຕ່າງ ປະເທດ ມາເລເຊຍ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ, ຮັກສາຄວາມສາມັກຄີ ແລະ ບົດ ບາດໃຈກາງຂອງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະ ນາຢູ່ພາກພື້ນ ແລະ ຢູ່ໃນໂລກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/07/2023